ເຈົ້າຕ້ອງການເຂົ້າສູ່ລະບົບ ຫຼື ເຂົ້າຮ່ວມ Facebook?
ບັນຊີ Facebook ສ່ວນຕົວຂອງຂ້ອຍຖືກປິດການໃຊ້ງານແລ້ວ.
ພວກເຮົາປິດການໃຊ້ງານບັນຊີ Facebook ທີ່ອາດຈະບໍ່ປະຕິບັດຕາມ ຂໍ້ກຳນົດການໃຫ້ບໍລິການຂອງ Facebook .
ຕົວຢ່າງຈຳນວນໜຶ່ງວ່າຍ້ອນຫຍັງບັນຊີ Facebook ຂອງທ່ານຈຶ່ງອາດຈະຖືກປິດໃຊ້ງານ ແມ່ນມີຄືດັ່ງນີ້:
  • ການໂພສເນື້ອຫາທີ່ບໍ່ປະຕິບັດຕາມເງື່ອນໄຂຂອງ Facebook.
  • ໂດຍການໃຊ້ຊື່ປອມ.
  • ການປອມຕົວເປັນໃຜບາງຄົນ.
  • ການສືບຕໍ່ພຶດຕິກຳທີ່ບໍ່ອະນຸຍາດໃນ Facebook ແລະ ຜິດຕໍ່ມາດຕະຖານຊຸມຊົນຂອງພວກເຮົາ.
  • ການຕິດ​ຕໍ່​ຫາ​ຜູ້​ອື່ນ​ເພື່ອ​ຈຸດ​ປະ​ສົງ​ຂອງ​ການ​ຂົ່ມ​ເຫັງ, ການ​ໂຄ​ສະ​ນາ, ການ​ສົ່ງ​ເສີມ, ຫຼື​ ການ​ປະ​ຕິ​ບັດ​ອື່ນໆ​ທີ່​ບໍ່​ໄດ້ຮັບ​ອະ​ນຸ​ຍາດ​.
ຈະຮູ້ໄດ້ແນວໃດວ່າບັນຊີຂອງທ່ານຖືກປິດໃຊ້ງານແລ້ວ
ຖ້າບັນຊີ Facebook ຂອງທ່ານຖືກປິດໃຊ້ງານ, ທ່ານຈະເຫັນຂໍ້ຄວາມທີ່ບອກວ່າບັນຊີຂອງທ່ານຖືກປິດການໃຊ້ງານແລ້ວໃນເວລາທີ່ທ່ານພະຍາຍາມເຂົ້າສູ່ລະບົບ. ຖ້າຫາກທ່ານບໍ່ເຫັນຂໍ້ຄວາມທີ່ຖືກປິດການໃຊ້ງານເມື່ອທ່ານພະຍາຍາມເຂົ້າສູ່ລະບົບ, ສະແດງວ່າທ່ານອາດຈະມີບັນຫາໃນການເຂົ້າສູ່ລະບົບທີ່ແຕກຕ່າງກັນ. ຮຽນ​ຮູ້​ວິ​ທີ​ການ ແກ້ໄຂບັນຫາການເຂົ້າສູ່ລະບົບ.
ຈະເຮັດແນວໃດຖ້າຫາກທ່ານຄິດວ່າບັນຊີຂອງທ່ານຖືກປິດໃຊ້ງານເນື່ອງຈາກຄວາມຜິດພາດ
ບັນຊີທີ່ບໍ່ປະຕິບັດຕາມມາດຕະຖານຊຸມຊົນ ຫຼື ເງື່ອນໄຂການໃຫ້ບໍລິການຂອງພວກເຮົາອາດຈະຖືກລະງັບໄວ້. ຖ້າບັນຊີ Facebook ຂອງທ່ານຖືກລະງັບ, ທ່ານຈະໄດ້ຮັບແຈ້ງກ່ຽວໃນອີເມວ ແລະ ເມື່ອທ່ານເຂົ້າເຖິງບັນຊີຂອງທ່ານໃນແອັບ ຫຼື ໂປຣແກຣມທ່ອງເວັບ. ນອກຈາກນັ້ນ, ພວກເຮົາຍັງຈະແຈ້ງໃຫ້ທ່ານຮູ້ວ່າທ່ານສາມາດຍື່ນອຸທອນການລະງັບໄດ້ ຫຼື ບໍ່ ຖ້າຫາກທ່ານເຊື່ອວ່າພວກເຮົາເຮັດຜິດພາດ. ຫຼັງຈາກເຂົ້າສູ່ລະບົບ, ປະຕິບັດຕາມຄໍາແນະນໍາໃນໜ້າຈໍເພື່ອຍື່ນການອຸທອນຂອງທ່ານ.
ຈົ່ງຈື່ໄວ້ວ່າໃນບາງກໍລະນີພວກເຮົາອາດຈະບໍ່ອອກຄໍາເຕືອນກ່ອນທີ່ຈະປິດການໃຊ້ງານບັນຊີຂອງທ່ານ. ພວກເຮົາບໍ່ສາມາດກູ້ຄືນບັນຊີທີ່ຖືກປິດການໃຊ້ງານຍ້ອນການລະເມີດຮ້າຍແຮງໄດ້. ຮຽນ​ຮູ້​ເພີ່ມ​ຕື່ມກ່ຽວ​ກັບ​ວິ​ທີ​ການ​ທີ່​ພວກ​ເຮົາ​ກໍາ​ນົດ​ການ​ລະ​ເມີດ​ຢ່າງ​ຮຸນ​ແຮງ​ຈາກມາດຕະຖານ​ຊຸມ​ຊົນຂອງ Facebook.
ພາສາລາວ
+
Meta © 2024